ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນໃຫ້ນາຍທະຫານພັນຕີຂຶ້ນຊັ້ນພັນໂທ ຢູ່ບັນດາ
ກົມກອງເຂດ 1 ພາກເໜືອຈໍານວນ 145 ສະຫາຍ


     ພິທີປະກາດເລື່ອນຊັ້ນນາຍທະຫານຊັ້ນພັນຕີຂື້ນຊັ້ນພັນໂທ ຢູ່ບັນດາກົມກອງເຂດ 1 ພາກເໜືອ ໄດ້ຈັດຂຶ້ນ​ໃນຕອນເຊົ້າວັນທີ 3 ພະ
ຈິກ 2023 ນີ້, ທີ່ສະໂມສອນ ຂອງກອງບັນຊາການທະຫານແຂວງຫຼວງພະບາງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູ
ມີ ດາລາເພັດ ຄະນະພັກກະຊວງ, ຮອງກົມໃຫຍ່ການເມືອງກອງທັບ, ມີກົມພະນັກງານ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ
ທະຫານແຂວງຫຼວງພະບາງ, ມີນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນຈາກ ກອງບັນຊາການທະຫານແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນ້ຳທາ,
ອຸດົມໄຊ, ໄຊຍະບູລີ, ກອງພົນທີ 2, ທີ 3, ໂຮງຮຽນກໍ່ສ້າງນາຍສິບເລກ l, ໂຮງໝໍບໍລິເວນ 107, ອົງການໄອຍະການທະຫານພາກເໜືອ,
ສານທະຫານພາກເໜືອ ແລະ ສາງ ອໍ 6 ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພັນເອກ ວົງເພັດ ວົງສຸຫວັນ ຮອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງເລກ
ທີ 5550 ຂອງກະຊວງປ້ອງກັນປະເທດ ລົງວັນທີ 16 ຕຸລາ 2023 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນຕີຂຶ້ນຊັ້ນພັນໂທ ຢູ່
ບັນດາກົມກອງເຂດ 1 ພາກເໜືອ ຈໍານວນ 145 ສະຫາຍ, ເຊິ່ງໃນນີ້ກອງບັນຊາການທະຫານແຂວງຫຼວງພະບາງມີ 21 ສະຫາຍ, ຜົ້ງສາ
ລີ 18 ສະຫາຍ, ໄຊຍະບູລີ 10 ສະຫາຍ, ບໍ່ແກ້ວ 7 ສະຫາຍ, ຫຼວງນ້ຳທາ 18 ສະຫາຍ, ອຸດົມໄຊ 9 ສະຫາຍ, ກອງພົນທີ 2 ຈໍານວນ 23
ສະຫາຍ, ກອງພົນທີ 3 ຈໍານວນ 29 ສະຫາຍ, ໂຮງຮຽນກໍ່ສ້າງນາຍສິບເລກ l 2 ສະຫາຍ, ອົງການໄອຍະການ ແລະ ສານທະຫານພາກ
ເໜືອ 2 ສະຫາຍ, ໂຮງໝໍບໍລິເວນ 107 ຈໍານວນ 4 ສະຫາຍ ແລະ ສາງ ອໍ 6 ຈໍານວນ 2 ສະຫາຍ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໜັກໃຫ້ບັນດາສະຫາຍ
ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງເອົາໃຈໃສ່ເຊື່ອມຊຶມກໍາແໜ້ນ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ພາ
ລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງຕົນໃຫ້ເລິກເຊິ່ງ, ເປັນເຈົ້າການນຳພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງພັກ, ໂດຍ
ສະເພາະແມ່ນມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ເສີມຂະຫຍາຍທັດ
ສະນະຊົນຊັ້ນຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ເຊີດຊູນໍ້າໃຈເອກະລາດ
ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເສີມຂະຫຍາຍ
ມູນເຊື້ອອັນດີງາມຂອງກົມກອງ ໄປຄຽງຄູ່ກັບການດໍາເນີນຊີວິດການເມືອງແຕ່ລະໄລຍະໃຫ້ເປັນປົກກະຕິ, ຖືເອົາການຕຳນິຕິຊົມກໍ່ສ້າງຊ່ວຍ
ເຫຼືອເຊິ່ງກັນ ແລະ ກັນ ເພື່ອຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ຫຼີກເວັ້ນ​ແນວ​ຄິດອະ​ຄະຕິ, ເສີມຂະຫຍາຍມູນເຊຶ້ອ
ແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ເຄື່ອນໄຫວໃກ້ຊິດຕິດແທດກັບມະຫາຊົນ ແລະ ການຈັດຕັ້ງກົມກອງໃຫ້ຕໍ່ເນື່ອງ, ເອົາໃຈໃສ່
ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ສອດຄ່ອງຕາມ 5 ຫຼັກການ 3 ທິດນໍາ, ກໍ່ສ້າງກົມກອງ 3 ປອດ, ຕິດພັນກັບການສ້າງໜ່ວຍພັກປອດໃສ,
ເຂັ້ມແຂງ, ໜັກແໜ້ນ, ພ້ອມກັນນໍາພາກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ມີລະບຽບແບບແຜນ ແລະ ທັນສະໄໝເປັນກ້າວໆ.

ແຫຼ່ງຂ່າວໂດຍ ສົມພອນ ສຸວັນທອນ
ວັນທີ 06/11/2023